ເຖິງ: ສຳນັກງານອົງການລັດ ແລະ ເອກະຊົນ, ພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນ ຜູ້ຄອບຄອງ ສິດນຳໃຊ້ທີ່ດິນແຕ່ລະຕອນຊາບ.
ເລື່ອງ: ປະກາດແຈ້ງການໃນການອອກໃບຕາດິນຖາວອນ, ຫາຜູ້ຂັດຄ້ານໃຫ້ແກ່ຜູ້ຄອບຄອງນຳໃຊ້ທີ່ດິນ.
ພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ(ຂະແໜງທີ່ດິນ) ໄດ້ອອກປະກາດແຈ້ງການເຖິງທຸກໆ ພາກສ່ວນ ສຳນັກງານອົງການລັດ ແລະ ເອກະຊົນ, ພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນ ຜູ້ຄອບຄອງສິດນຳໃຊ້ທີ່ດິນແຕ່ລະຕອນຊາບວ່າ:
ການສຳຫລວດ-ວັດແທກພິສຸດຫລັກຖານອອກໃບຕາດິນໃຫ້ເຈົ້າຂອງສິດນຳໃຊ້ທີ່ດິນຢູ່ບັນດາບ້ານມີຄື: ບ້ານທົ່ງອົ້ມ, ບ້ານນ້ຳທຸງ, ບ້ານນາຫ້ອມ, ບ້ານວຽງຄຳ, ບ້ານຫຼັກຄຳໃໝ່, ບ້ານປຸງ ແລະ ບ້ານວຽງທອງ, ເມືອງ ແລະ ແຂວງ ຫລວງນໍ້າທາ ແມ່ນຂັ້ນຕອນປະກາດແຈ້ງການຫາຜູ້ຂັດຄ້ານ ຖ້າຫາກວ່າທ່ານໃດຍັງເຫັນວ່າການນຳໃຊ້ທີ່ດິນຍັງບໍ່ຖຶກກັບຕົວຈິ່ງ ຂອງການຄຸ້ມຄອງສິດນຳໃຊ້ທີ່ດິນທີ່ມີລາຍຊື່ຂັດຕິດມານີ້ ແມ່ນຂໍສະເໜີໃຫ້ທ່ານມາຢື່ນຄຳຮ້ອງຂັດຄ້ານເຂົ້າມາຫາ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ(ຂະແໜງທີ່ດິນແຂວງ) ຕັ້ງຢູ່ບ້ານ ນາຫ້ອມ ຕິດກັບຖະໜົນ 6 ພຶດສະພາ ກຳນົດເວລາພາຍໃນ 30 ວັນເລີ່ມແຕ່ວັນທີ 4 ເມສາ 2021 ເຖິງ 4 ພຶດສະພາ 2021 ເມື່ອ ຄົບ 30 ວັນແລ້ວຖ້າຫາກບໍ່ມີຜູ້ໃດມາແຈ້ງຂັດຄ້ານ ແລະ ຕໍ່ວ່າຕໍ່ຂານ ແມ່ນຈະໄດ້ອອກໃບຕາດິນໃຫ້ແກ່ຜູ້ຄຸ້ມຄອງສິດນຳໃຊ້ທີ່ດິນໃນຈຳນວນ 10 ຕອນ
ມີບັນຊີລາຍຊື່ ລະອຽດແຕ່ລະຕອນດິນໃນຕາຕະລາງລຸ່ມນີ:
ໝາຍເຫດ:
- ໄລຍະຂໍຄັດຄ້ານ ແຕ່ວັນທີ 24 ມີນາ 2021 ຫາ ວັນທີ 24 ເມສາ 2021
- ອະທິບາຍກ່ຽວກັບປະເພດສິດນຳໃຊ້ທີ່ດິນ (ເອກະສານສິດນໍາໃຊ້ທີ່ດິນ):
ປະເພດ 1: ແມ່ນດິນທີ່ເຈົ້າຂອງສິດນໍາໃຊ້ເປັນບຸກຄົນ, ມີສິດຕໍ່ທີ່ດິນຢ່າງສົມບູນ ແລະ ຈະໄດ້ຮັບ ໃບຕາດິນບຸກຄົນ.
ປະເພດ 2: ແມ່ນດິນທີ່ເຈົ້າຂອງສິດນໍາໃຊ້ເປັນນິຕິບຸກຄົນເອກະຊົນ ຈະໄດ້ຮັບໃບຕາດິນນິຕິບຸກຄົນ
ປະເພດ 3: ແມ່ນທີ່ດິນລວມໝູ່ ທີ່ອອກໃຫ້ສະຫະກອນລວມໝູ່, ກຸ່ມ ຫຼື ສະມາຄົມການຜະລິດ ແລະ ທີ່ມີເປົ້າໝາຍຕ່າງໆ ທີ່ໄດ້ຂື້ນທະບຽນແລ້ວ ຈະໄດ້ຮັບໃບຕາດິນລວມໝູ່.
ປະເພດ 4: ແມ່ນທີ່ດິນລັດ ຊື່ງຜູ້ຄອບຄອງ ແລະ ນໍາໃຊ້ ອາດແມ່ນອົງການຈັດຕັ້ງລັດ, ອົງການຈັດຕັ້ງມະຫາຊົນ, ບຸກຄົນພະນັກງານລັດ ຫລື ເອກະຊົນ ແມ່ນຈະໄດ້ອອກໃບຕາດິນລັດ.
ປະເພດ 5: ແມ່ນທີ່ດິນຊຸມຊົນ ເປັນຂອງຊາວບ້ານໝົດທຸກຄົນ ຫຼື ກຸ່ມຊົນເຜົ່າໃດໜຶ່ງ ທີ່ມີລັກສະນະນຳໃຊ້ຮ່ວມກັນໂດຍບໍ່ມີຜູ້ໃດຜູ້ໜື່ງເປັນເຈົ້າຂອງສິດນໍາໃຊ້ທີ່ດິນ ແມ່ນຈະໄດ້ອອກ ໃບຕາດິນຊຸມຊົນປະເພດຕົກລົງບໍ່ໄດ້: ກໍລະນີ ຕົກລົງປະເພດບໍ່ໄດ້ ໃຫ້ໄປພົວພັນນຳ ຂະແໜງທີ່ດິນແຂວງ (ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ)
ດັ່ງນັ້ນ, ຈື່ງປະກາດແຈ້ງການມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ.
ຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ທ່ານ ສົມຫັວງ ນາບຸນແພງ
ລາຍລະອຽດ ດາວໂຫລດແຈ້ງການໄດ້ທີ່ນີ້
ບ່ອນສົ່ງ:
1 ຂະແໜງທີ່ດິນ 2 ສະບັບ, ເກັບມຽນ 1 ສະບັບ ຕິດປະກາດ 1 ສະບັບ
2 ບ້ານ ລະ 1 ສະບັບ ຕິດປະກາດ
3 ສານປະຊາຊົນແຂວງ 1 ສະບັບ ຕິດປະກາດ
5 ອອກວິທະຍຸ FM ຫລວງນ້ຳທາ 1 ສະບັບ
5 Facebook