ໃນຕອນເຊົ້າຂອງວັນທີ 08 ເມສາ 2021, ຢູ່ທີ່ຫ້ອງປະຊຸມພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ຫຼວງນໍ້າທາ, ໄດ້ເປີດກອງປະຊຸມ ສະຫຼຸບການຈັດຕັ້ງເຄື່ອນໄຫວວຽກງານ ປະຈໍາໄຕມາດທີ 1 (ເດືອນ 1-3 ປີ 2021). ໂດຍການເປັນປະທານ ຂອງທ່ານ ສົມຫັວງ ນາບຸນແພງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ມີບັນດາທ່ານ ຮອງຫົວຫນ້າພະແນກ ຊສ, ຫົວໜ້າຂະແໜງ-ຮອງຫົວໜ້າຂະແໜງ ແລະ ຕະຫຼອດຮອດພະນັກງານວິຊາການເຂົ້າຮ່ວມຢ່າງພ້ອມພຽງ..
ກອງປະຊຸມ ທ່ານ ນາງ ພຸດໄທ ວິໄລສຸກ, ຮອງຫົວໜ້າຂະແໜງແຜນການ, ສະຖິຕິ ແລະ ຂໍ້ມູນຂ່າວສານ ໄດ້ຂຶ້ນຜ່ານບົດສະຫຼຸບປະຈໍາໄຕມາດທີ 1 ປີ 2021. ຜ່ານການຈັດຕັ້ງເຄື່ອນໄຫວວຽກງານໃນໄລຍະ 3 ເດືອນຜ່ານມາ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ສາມາດຈັດຕັ້ງປະຕິບັດພົ້ນເດັ່ນຫຼາຍດ້ານ, ເຊີ່ງມັນໄດ້ສະແດງອອກດັ່ງນີ້:
ຄະນະພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໄດ້ເອົາໃຈໃສ່ສຶກສາອົບຮົມແນວຄິດການເມືອງ ໃຫ້ພະນັກງານ-ລັດຖະກອນດ້ວຍຫຼາຍຮູບການ ໂດຍໄດ້ນຳເອົາບັນດາເອກະສານມູນເຊື້ອສຳຄັນຕ່າງໆ ຂອງຊາດໃນແຕ່ລະໄລຍະ ແລະ ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ມາຜັນຂະຫຍາຍເຊື່ອມຊຶມ ແລະ ເຂົ້າຮ່ວມຂະບວນການເຊື່ອມຊຶມຕ່າງໆ ທີ່ແຂວງຈັດຂື້ນ; ເຮັດໃຫ້ພະນັກງານມີແນວຄິດອຸ່ນອຽນທຸ່ນທ່ຽງມີຄວາມສາມັກຄີແໜ້ນແຟ້ນ; ເຮັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສຳເລັດ ຕາມລະດັບຄາດໝາຍ ເຊິ່ງມັນໄດ້ສະແດງອອກຜົນສໍາເລັດຂອງການຈັດຕັ້ງປະຕິບັດວຽກງານຄື:
- ວຽກງານ ບໍລິຫານ, ແຜນການແລະ ການເງິນ.
ເກັບລາຍຮັບວິຊາການ (ຂັ້ນແຂວງ) ໄດ້ 79.289.000 ກີບ; ໂຄສະນາເຜີຍແຜ່ບັນດານິຕິກໍາ ແລະຂໍ້ມູນ-ຂ່າວສານຕ່າງໆ ອອກທາງວິທະຍຸ FM ແຂວງ ແລະ ເວັບໄຊໄດ້ຈຳນວນ 12 ຄັ້ງ; ສໍາເລັດການສ້າງປື້ມບົດສະຫຼຸບ 5 ປີ 2021–2025 ແລະ ສ້າງປື້ມບົດສະຫຼຸບປະຈໍາປີ 2020.
- ວຽກງານ ຈັດຕັ້ງ ແລະ ພະນັກງານ.
ສໍາເລັດສັງລວມການປະເມີນລັດຖະກອນ ພຊສ ປະຈໍາປີ 2019ໄດ້ 100%; ສໍາເລັດການລາຍງານ ກ່ຽວກັບການປັບປຸງກົງຈັກການຈັດຕັ້ງຂອງ ພຊສ ຕາມພາລະບົດບາດໃໝ່; ພ້ອມທັງສະເໜີຫາຄະນະຈັດຕັ້ງແຂວງ ແລະ ພະແນກພາຍໃນແຂວງ; ສຳເລັດການເກັບກຳສະຖິຕິແຍກປະເພດພະນັກງານ-ລັດຖະ ກອນ ພຊສ ປີ 2020 ແລະ ວາງຄາດໝາຍສູ້ຊົນກໍ່ສ້າງພະນັກງານເພດຍິງ ປີ 2021-2025.
- ວຽກງານ ກວດກາ
ສຳເລັດການລົງກວດກາ ການປະຕິບັດວຽກງານ ຂອງພະນັກງານ ຫຊສ ເມືອງຫຼວງນໍ້າທາ; ຄົ້ນຄ້ວາຜົນຂອງການກວດກາ ການປະຕິບັດວຽກງານ ຫຊສ ເມືອງຫຼວງນໍ້າທາ;
- ວຽກງານ ທີ່ດິນ
ວັດແທກທີ່ດິນໄດ້: 866 ຕອນ ເທົ່າກັບ 18,86 % ຂອງແຜນການປີ; ອອກໃບຕາດິນ ໄດ້ 956 ໃບ ເທົ່າກັບ 22.98 % ຂອງແຜນການປີ; ແຈກໃບຕາດິນ ໄດ້ 991ໃບ ເທົ່າກັບ 26.48% ຂອງແຜນການປີ; ສອບສວນສິດ ໄດ້ 866 ຕອນ ເທົ່າກັບ 23.14% ຂອງແຜນການປີ; ຈັດປະເພດທີ່ດິນ ໄດ້ 639 ຕອນ ເທົ່າກັບ 18.97% ຂອງແຜນການປີ; ຈົດທະບຽນ ຊວດຈໍາໄດ້ 209 ຕອນ ເທົ່າກັບ 15.67% ຂອງແຜນການປີ; ຈົດທະບຽນໂອນສິດ ໄດ້ 47 ຕອນ ເທົ່າກັບ 16.21 % ຂອງແຜນການປີ; ແກ້ໄຂຂໍ້ຂັດແຍ່ງທີ່ດິນ 6 ເລື່ອງ ແລະ ລົງສໍາຫຼວດເກັບກໍາຂໍ້ມຸນ ແລະ ວັດແທກທີ່ດິນລັດ ແລະ ກິດຈະການຂອງຫົວໜ່ວຍທຸລະກິດເອກະຊົນ ໄດ້ທັງໝົດ 7 ກິດຈະການ.
- ວຽກງານ ສິ່ງແວດລ້ອມ, ນໍ້າ, ອຸຕຸນິຍົມ ແລະ ອຸທົກກະສາດ
ອອກໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມ ຈໍານວນ 13 ສະບັບ; ປະກອບຄໍາເຫັນດ້ານສິ່ງແວດລ້ອມ ໄດ້ 16 ສະບັບ; ເຂົ້າຮ່ວມລົງກວດກາ ສະຖານທີ່ກິດຈະການຕ່າງໆ ໄດ້ 16 ກິດຈະການ; ເຂົ້າຮ່ວມກອງປະຊຸມ ແລະ ຝຶກອົບຮົມໄດ້ 11 ຄັ້ງ; ແກ້ໄຂບັນຫາຜົນກະທົບຕໍ່ສິ່ງແວດລ້ອມ ໄດ້ 9 ຄັ້ງ; ຈັດພິທີ ມອບ-ຮັບວຽກງານຄຸ້ມຄອງກໍາຈັດສິ່ງເສດເຫຼື່ອໃຫ້ຫ້ອງວ່າການເມືອງວຽງພູຄາ ສໍາເລັດ 100%; ໂຄສະນາເຜີຍແຜ່ວຽກງານ ຂຽວ ສະອາດ ງາມຕາ ໃຫ້ 2 ໂຮງຮຽນ 1 ຄັ້ງ; ເຜີຍແຜ່ຂໍ້ຕົກລົງຂອງທ່ານເຈົ້າແຂວງວ່າດ້ວຍ ລະບຽບການຄູ້ມຄອງສິ່ງເສດເຫຼືອ, ພາຍໃນເມືອງສິງ ໄດ້ 10 ບ້ານ, ພ້ອມທັງສ້າງບົດບັນທືກສັນຍານໍາປະຊາຊົນພາຍໃນ 10 ບ້ານເປົ້າໝາຍ; ລົງຕິດຕາມກວດກາຄືນການຈັດຕັ້ງປະຕິບັດ ເນື້ອໃນບົດບັນທືກ ຂອງ ກິດຈະການຕ່າງໆ ໄດ້ 4 ຄັ້ງ;
ລົງເກັບຕົວຢ່າງນໍ້າ ພ້ອມທັງວັດແທກຄຸນນະພາບນໍ້າໜ້າດິນຢູ່ແມ່ນໍ້າຂອງ ແລະ ສາຍນໍ້າອື່ນໆ ສົ່ງໄປວິໄຈ 4 ຄັ້ງ; ລົງກວດກາ ສາຍນໍ້າຕ່າງໆ ໄດ້ 2 ຄັ້ງ; ຕິດຕາມ, ເກັບກໍາຂໍ້ມູນສະພາບດິນຟ້າອາກາດ ພາຍໃນເມືອງເປັນປົກກະຕິ; ສົ່ງສານອາກາດ ໃຫ້ກົມອຸຕຸໄດ້ 1.860 ຊົ່ວໂມງ=100%; ຕິດຕາມ, ເກັບກໍາຂໍ້ມູນລະດັບນໍ້າທາ 180 ຄັ້ງ=100%; ໃນກອງປະຊຸມຍັງໄດ້ປຶກສາຫາລືປະກອບຄໍາຄິດເຫັນຕໍ່ເນື້ອໃນບົດສະຫຼຸດ 3 ເດືອນຕົ້ນປີ ແລະ ທິດທາງແຜນການຂອງ ໄຕມາດທີ 2.
ໃນຕອນທ້າຍກອງປະຊຸມ, ທ່ານ ສົມຫັວງ ນາບຸນແພງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂງວງ ກໍໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນໍາໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ, ເຊິ່ງທ່ານໄດ້ເໜັ້ນໜັກຫຼາຍບັນດາທີ່ຕ້ອງໄດ້ເອົາໃຈໃສ່ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໄດ້ມີຜົນສໍາເລັດຕາມແຜນການທີ່ວາງໄວ້.