ຫນ້າຫລັກ
ກຊສ ມອບເຄື່ອງອຸປະກອນໄອທີ ໃຫ້ ພຊສ ແຂວງຫຼວງນໍ້າທາ
- Details
ຕອນແລງຂອງວັນທີ 26 ກັນຍາ 2020 ຜ່ານມານີ້ ຢູ່ທີ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງນໍ້າທາ ໄດ້ມີພິທີມອບ-ຮັບເຄື່ຶອງອຸປະກອນໄອທີ, ໂດຍການເປັນປະທານຂອງ ທ່ານ ສຸກສັນ ພົນປະດິດ ຄະນະພັກຮາກຖານ, ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ມີ ທ່ານ ສົມອຸລາ ຍະພິຈິດ ຫົວໜ້າພະແນກ ຂ່າວສານ ແລະ ອິນເຕີເນັດ ຫ້ອງການ ກຊສ ແລະທ່ານ ບຸນເຕີມ ສີສຸພັນທະວົງ ຫົວໜ້າພະແນກພະຍາກອນອາກາດ ກົມອຸຕຸນິຍົມ ແລະ ອຸທົກກະສາດ ກຊສ, ມີບັນດາຜູ້ຕ່າງໜ້າຂະແໜງການທີ່ກ່ຽວຂ້ອງ, ຕະຫຼອດຮອດພະນັກງານວິຊາການ ພາຍໃນ ພຊສ ແລະ ຫຊສ ສອງເມືອງ ເຂົ້າຮ່ວມທັງໝົດ 14 ທ່ານ; ຍິງ 3 ທ່ານ.
ກອງປະຊຸມຜ່ານແຜນການລົງທຶນ 5 ປີ ແຕ່ປີ 2021-2025 ຂອງ ພຊສ
- Details
ກອງປະຊຸມໄດ້ຈັດຂຶ້ນທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຫຼວງນໍ້າທາ ໃນຕອນເຊົ້າຂອງວັນທີ 24 ກັນຍາ 2020, ໂດຍການເປັນປະທານຂອງ ທ່ານ ສຸກສັນ ພົນປະດິດ ຄະນະພັກຮາກຖານ, ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ມີຄະນະພະແນກ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ແລະ ຕະຫຼອດຮອດພະນັກງານວິຊາການພາຍໃນ ພຊສ ເຂົ້າຮ່ວມ.
Read more: ກອງປະຊຸມຜ່ານແຜນການລົງທຶນ 5 ປີ ແຕ່ປີ 2021-2025 ຂອງ ພຊສ
ພິທີມອບ-ຮັບຫ້ອງການ ຊສ ຫຼັງໃໝ່ ຂອງເມືອງຫຼວງນໍ້າທາ, ແຂວງຫຼວງນໍ້າທາ.
- Details
ພິທີດັ່ງກ່າວໄດ້ຈັດຂຶ້ນຢູ່ທີ່ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງຫຼວງນໍ້າທາ, ແຂວງຫຼວງນໍ້າທາ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ສົມຫັວງ ນາບຸນແພງ, ຄະນະພັກຮາກຖານ, ຫົວໜ້າ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ(ພຊສ) ແຂວງຫຼວງນໍ້າທາ, ເປັນກຽດເຂົ້າຮ່ວມພິທີມີ ທ່ານ ທອງໄຊ ອາດຜາສຸກ ຄະນະປະຈໍາພັກເມືອງ, ຮອງເຈົ້າເມືອງ ເມືືອງຫຼວງນໍ້າທາ, ມີທ່ານ ຈາຍ ທອງສິງ ຫົວໜ້າ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ຫຊສ) ເມືອງຫຼວງນໍ້າທາ, ມີຄະນະກໍາມະການຄຸ້ມຄອງໂຄງການຈາກພາກສ່ວນກ່ຽວຂ້ອງຂັ້ນແຂວງ ແລະ ຂັ້ນເມືອງ, ມີອໍານວຍການບໍລິສັດ ໄຊສົມບູນ ກໍ່ສ້າງເຄຫາ ຈໍາກັດ ແລະ ຕະຫຼອດຮອດພະນັກງານພາຍໃນ ຫຊສ ເມືອງຫຼວງນໍ້າທາ ເຂົ້າຮ່ວມຢ່າງພ້ອມພຽງ.
Read more: ພິທີມອບ-ຮັບຫ້ອງການ ຊສ ຫຼັງໃໝ່ ຂອງເມືອງຫຼວງນໍ້າທາ, ແຂວງຫຼວງນໍ້າທາ.
ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນການ 9 ເດືອນ ແລະ ວາງທິດທາງແຜນການ 3 ເດືອນທ້າຍປີ 2020 ຂອງ ພຊສ ແຂວງຫຼວງນໍ້າາທາ.
- Details
ໃນຕອນເຊົ້າຂອງວັນທີ 11 ກັນຍາ 2020 ຢູ່ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງນໍ້າທາ, ໄດ້ເປີດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນການ 9 ເດືອນ ແລະ ວາງທິດທາງແຜນການ 3 ເດືອນທ້າຍປີ 2020 ຂອງ ພຊສ ແຂວງຫຼວງນໍ້າາທາ, ໂດຍການເປັນປະທານຂອງ ທ່ານ ສົມຫັວງ ນາບຸນແພງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ມີຄະນະພະແນກ ຊສ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ, ຫົວໜ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ 5 ເມືອງ, ຕະຫຼອດຮອດຫົວນ້າໜ່ວຍງານ ຫ້ອງການ ຊສ 5 ເມືອງ ແລະ ມີພະນັກງານວິໍາການພາຍໃນ ພຊສ ເຂົ້າຮ່ວມຢ່າງພ້ອມພຽງ.
ພິທີມອບໃບຢັ້ງຢືນໜ່ວຍພັກປອດໄສ, ເຂັ້ມແຂງ, ໜັກແໜ້ນ ຂອງ 3 ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ ພຊສ.
- Details
ໃນຕອນແລງຂອງວັນທີ 27 ສິງຫາ 2020 ຜ່ານມານີ້ ຢູ່ທີ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ "ພຊສ" ແຂວງຫຼວງນໍ້າທາ, ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຮອບທີ II, ຄັ້ງທີ II ຂອງ 3 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ ພຊສ ແຂວງ ຊຶ່ງປະກອບມີ:
Read more: ພິທີມອບໃບຢັ້ງຢືນໜ່ວຍພັກປອດໄສ, ເຂັ້ມແຂງ, ໜັກແໜ້ນ ຂອງ 3 ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ ພຊສ.
Page 4 of 9