ຫນ້າຫລັກ
ພຊສ ແຂວງຫຼວງນໍ້າທາ ເປັນເຈົ້າພາບ ການແຂ່ງຂັນກິລາບານເຕະມິດຕະພາບ ລະຫວ່າງ ພຊສ 7 ແຂວງ
- Details
ທີ່ ແຂວງຫຼວງນໍ້າທາ
ເນື່ອງໃນໂອກາດ ຈັດກອງປະຊຸມ ພົບປະຫາລື ຖອດຖອນແລກປ່ຽນບົດຮຽນ ລະຫວ່າງ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ພຊສ) 7 ແຂວງ ລະຫວ່າງ ວັນທີ່ 23-24 ກຸມພາ 2020 ຢູ່ທີ່ ແຂວງຫຼວງນໍ້າທາ ເຊີ່ງ ພຊສ ແຂວງຫຼວງນໍ້າທາ ໄດ້ຮັບກຽດເປັນເຈົ້າພາບ ໄດ້ມີການຈັດກິດຈະກໍາສ້າງຂະບວນການກິລາ ບານເຕະ 7 ຄົນ ລະຫວ່າງ ພຊສ ທັງ 7 ແຂວງ ຄື: ພຊສ ແຂວງຫຼວງນໍ້າທາ, ພຊສ ແຂວງຜົ້ງສາລີ, ພຊສ ແຂວງອຸດົມໄຊ, ພຊສ ແຂວງຫົວພັນ, ພຊສ ແຂວງວຽງຈັນ, ພຊສ ແຂວງຄໍາມ່ວນ ແລະ ພຊສ ແຂວງສະຫັວນນະເຂດ. ເຊິ່ງປະກອບມີທິມເຕະບານຊາຍ ແລະ ທິມເຕະບານຍິງ.
Read more: ພຊສ ແຂວງຫຼວງນໍ້າທາ ເປັນເຈົ້າພາບ ການແຂ່ງຂັນກິລາບານເຕະມິດຕະພາບ ລະຫວ່າງ ພຊສ 7 ແຂວງ
ທ່ານ ຮອງລັດຖະມົນຕີ ກຊສ ລົງເຄື່ອນໄຫວຊຸກຍູ້ວຽກງານ ຢູ່ ພຊສ ແຂວງຫຼວງນໍ້າທາ.
- Details
ທ່ານ ບຸນມີ ພຸດທະວົງ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ພ້ອມດ້ວຍຄະນະທິມງາມ ຈາກບັນດາກົມ ກຊສ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານ ແລະ ໄດ້ເປີດກອງປະຊຸມຮ່ວມກັບ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງນໍ້າທາ, ກອງປະຊຸມດັ່ງໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 19 ກຸມພາ 2020, ຢູ່ທີ່ ພຊສ ແຂວງຫຼວງນໍ້າທາ, ເປັນກຽດເຂົ້າຮ່ວມກອງປະຊຸມ ມີທ່ານ ສົມຫັວງ ນາບຸນແພງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ພຊສ) ແຂວງຫຼວງນໍ້າທາ, ມີ ຮອງຫົວນ້າພະແນກ, ຫົວໜ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ຫຊສ) 5 ເມືອງ, ພ້ອມດ້ວຍຫົວໜ້າໜ້າຂະແໜງ-ຮອງຫົວໜ້າຂະແໜງ, ຕະຫຼອດຮອດພະນັກງານ-ລັດຖະກອນພາຍໃນ ພຊສ ແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.
Read more: ທ່ານ ຮອງລັດຖະມົນຕີ ກຊສ ລົງເຄື່ອນໄຫວຊຸກຍູ້ວຽກງານ ຢູ່ ພຊສ ແຂວງຫຼວງນໍ້າທາ.
ຄະນະນໍາຫ້ອງການ ກຊສ ລົງເຄື່ອນໄຫວຊຸກຍູ້ວຽກງານຢູ່ ພຊສ ແຂວງຫຼວງນໍ້າທາ
- Details
ໃນຕອນເຊົ້າຂອງວັນທີ 18 ກຸມພາ 2020 ຄະນະນໍາຫ້ອງການ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານ ແລະ ເປີດກອງປະຊຸມຮ່ວມກັບ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ (ພຊສ) ແຂວງຫຼວງນໍ້າທາ ຢູ່ທີ່ຫ້ອງປະຊຸມຂອງ ພະແນກດັ່ງກ່າວ. ໂດຍການເປັນປະທານຂອງ ທ່ານ ສົມຫັວງນາບຸນແພງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ເປັນກຽດເຂົ້າຮ່ວມກອງປະຊຸມດັ່ງກ່າວມີ ທ່ານ ນາງ ບົວຄໍາ ສຸລິວັນ ຮັກສາການຫົວໜ້າຫ້ອງການ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ), ມີຄະນະທິມງານຈາກກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຫົວໜ້າຂະແໜງ-ຮອງຫົວໜ້າຂະແໜງ ຕະຫຼອດຮອດວິຊາການພາຍໃນ ພຊສ ແຂວງ ເຂົ້າຮ່ວມ.
Read more: ຄະນະນໍາຫ້ອງການ ກຊສ ລົງເຄື່ອນໄຫວຊຸກຍູ້ວຽກງານຢູ່ ພຊສ ແຂວງຫຼວງນໍ້າທາ
ການນໍາ ພຊສ ລົງຊຸກຍູ້ວຽກງານຮອບດ້ານຢູ່ ຫຊສ ເມືອງລອງ
- Details
ໃນຕອນເຊົ້າຂອງວັນທີ 14 ກຸມພາ 2020 ຢູ່ທີ່ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ຫຊສ) ເມືອງລອງ ໄດ້ຈັດກອງປະຊຸມການຊຸກຍູ້ວຽກງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂຶ້ນ, ໂດຍເປັນປະທານຂອງ ທ່ານ ບຸນບາງ ສາຍພວນ, ຫົວຫນ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງລອງ, ເປັນກຽດເຂົ້າຮ່ວມກອງປະຊຸມມີ ທ່ານ ສົມຫັວງ ນາບຸນແພງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ແລະ ທ່ານ ໜໍ່ລິນ ໄມທອງ ຄະນະປະຈໍາພັກເມືອງ, ຮອງເຈົ້າເມືອງໆລອງ, ມີຫົວໜ້າຂະແໜງ-ຮອງຫົວໜ້າຂະແໜງຈາກ ພຊສ, ຕະຫຼອດຮອດຄະນະຫ້ອງການ, ຫົວໜ້າໜ່ວຍງານ-ຮອງຫົວໜ້າໜ່ວຍງານ ແລະ ພະນັກງານວິຊາການພາຍໃນ ຫຊສ ເມືອງລອງ ເຂົ້າຮ່ວມຢ່າງພ້ອມພຽງ.
Read more: ການນໍາ ພຊສ ລົງຊຸກຍູ້ວຽກງານຮອບດ້ານຢູ່ ຫຊສ ເມືອງລອງ
ການນໍາ ພຊສ ລົງຊຸກຍູ້ວຽກງານຮອບດ້ານຢູ່ ຫຊສ ເມືອງສິງ
- Details
ໃນຕອນເຊົ້າຂອງວັນທີ 13 ກຸມພາ 2020 ຢູ່ທີ່ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ຫຊສ) ເມືອງສິງ ໄດ້ຈັດກອງປະຊຸມການຊຸກຍູ້ວຽກງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂຶ້ນ, ໂດຍເປັນປະທານຂອງ ທ່ານ ສົມຈິດປີ່ນແສນອິນ, ຫົວຫນ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງສິງ, ເປັນກຽດເຂົ້າຮ່ວມກອງປະຊຸມມີ ທ່ານ ສົມຫັວງ ນາບຸນແພງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ, ມີທ່ານ ສົມລິດ ພອນປະເສີດ ຄະນະປະຈໍາພັກເມືອງ, ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງສິງ, ມີຫົວໜ້າຂະແໜງ-ຮອງຫົວໜ້າຂະແໜງຈາກ ພຊສ, ຕະຫຼອດຮອດຄະນະຫ້ອງການ, ຫົວໜ້າໜ່ວຍງານ-ຮອງຫົວໜ້າໜ່ວຍງານ ແລະ ພະນັກງານວິຊາການພາຍໃນ ຫຊສ ເມືອງສິງ ເຂົ້າຮ່ວມທັງໝົດ 26 ທ່ານ, ຍິງ 5 ທ່ານ.
Read more: ການນໍາ ພຊສ ລົງຊຸກຍູ້ວຽກງານຮອບດ້ານຢູ່ ຫຊສ ເມືອງສິງ
Page 9 of 9